Translated


ແປອັງກິດ Unit 9 Book2 - Unit 5 Book3

ດາວໂຫຼດເປັນ PDF


Unit 9 Fuse

ຄູ່ມືນຳໃຊ້ເຄື່ອງຫຼິ້ນດີວິດີ ຟິວເປັນສິ່ງສຳຄັນ ມັນປົກປ້ອງວົງຈອນຈາກໄຟລັດວົງຈອນ ຖ້າຟິວແຕກໝາຍຄວາມວ່າກະແສມີຄ່າສູງເກີນໄປ ຕິດຕາມແນວທາງເຫຼົ່ານີ້ເພື່ອປ່ຽນຟິວທີ່ແຕກແລ້ວ ເຮັດມັນດ້ວຍຕົວເອງສາມາດປະຢັດເງິນໄດ້ ທຳອິດ ໃຫ້ໝັ້ນໃຈວ່າຖອກປັກສຽບເຄື່ອງຫຼິ້ນດີວິດີແລ້ວ ແລ້ວເຈົ້າຈະຕ້ອງຫາຕຳແໜ່ງຂອງຟິວ ເປີດເຄື່ອງຫຼິ້ນດີວິດີໂດຍການມ້າງເອົາຝາປິດອອກ ຟິວຈະຢູ່ໃນສ່ວນທີ່ຮ້ອນຂອງສາຍກະແສສະຫຼັບ ຂ້າງຮ້ອນສາມາດລະບຸໄດ້ໂດຍສາຍສີດຳ ຫຼື ແດງ ຟິວມີຮູບຮ່າງຄ້າຍຄືກະບອກສູບ ແລະກໍ້ສາຍທາງໃນ ມັນອາດມີແນວຢຶດແປແລະເປັນຮູບສີ່ຫຼ່ຽມ ເຄື່ອງຢຶດຕິດກັບອຸປະກອນດ້ວຍສະປິງໂລຫະ ເມື່ອພົບຟິວແລ້ວ ປ່ຽນມັນດ້ວຍອັນໃໝ່ທີ່ຄ້າຍຄືກັນ ຟິວທີ່ເອົາມາປ່ຽນອາດເປັນຟິວທີ່ແຕກໄວ ຫຼືນານແຕກກໍໄດ້ ພື້ນຜິວຂອງຟິວສາມາດຕິດກັບແຜງວົງຈອນ ວາງຟິວໃໝ່ໃນບ່ອນທີ່ຟິວເກົ່າຢູ່.


Unit 10 ຊິບ(ວົງຈອນລວມ)

millennium Electronics ຜະລິດຊິບທີ່ນ້ອຍທີ່ສຸດດ ເດືອນທັນວາ ວັນທີ 14 millennium Electronics ປະກາດກ່ຽວກັບການພັດທະນາຊິບຂະໜາດນ້ອຍທີ່ສຸດໃນຕະຫຼາດ ອຸປະກອນນີ້ຈະເຮັດວຽກຄ້າຍຄືກັບຊິບຊິລິຄອນໃນປັດຈຸບັນ ຊິບຕົວໃໝ່ຖືກດັດແປງເພື່ອໃຫ້ເໜາະກັບອຸປະກອນເອເລັກໂຕນິດຂະໜາດຈຸລະທັດ ແລະ ເຮັດວຽກໄດ້ມີປະສິດດທິພາບຫຼາຍກວ່າ ທຳອິດ millennium Electronics ຈະພັດທະນາຊະລວມຂະໜາດນ້ອຍ SSI ແລະ ຊິບລວມຂະໜາດໃຫຍ່ LSI ພວກເຮົາຈະທົດສອບຄວາມທົນທານຂອງມັນ ແລະຮັບປະກັນວ່າບໍ່ມີຂໍ້ບົກຜ່ອງ ນອກຈາກນີ້ ເຮົາຍັງຈະຜະລິດພັດລົມຂະໜາດນ້ອຍສຳລັບໄມໂຄຣຊິບ millennium Electronics ຍັງຢູ່ໃນຂັ້ນຕອນການວາງແຜນສຳລັບໂຄງການນີ້ ການພັດທະນາຊິບຈະເລີ່ມຕົ້ນພາຍໃນເດືອນໜ້າ ພວກເຮົາຫວັງວ່າມັນຈະສຳເລັດພາຍໃນເດືອນພະຈິກປີໜ້າ ຫາກຊິບເຮັດວຽກ millennium Electronics ວາງແຜນທີ່ຈະປັບປຸງສິນຄ້າຕົວອື່ນໆນຳ ເຮົາຈະເລີ່ມຜະລະຊິບທີ່ປະກອບດ້ວຍທຣານຊິສເຕີຫຼາຍຂຶ້ນ millennium Electronics ຍັງຕ້ອງການຜະລິດ ກຣາບຟິກກາດຂະໜາດນ້ອຍ __

Unit 11

ລະຫັດລູກຄ້າ 950044 ລູກຄ້າ ສະຕີເວັນ ພຣິນ ເບີໂທ 354 0961 ວຽກທີ່ເຮັດ 1 ທົດສອບວົງຈອນເຄື່ອງຫຼິ້ນເອັມພີສາມ ພົບເຫັນຕົວຕ້ານທານສອງອັນບໍ່ຈຳກັດກະແສ ການສ້ອມແປງຜ່ານມາ ເຫັນວ່າມີການປ່ຽນຕົວຕ້ານທານທັງສອງບໍ່ຖືກຕ້ອງ ທັງສອງແມ່ນເສຍຫາຍ ມ້າງອອກ ແລະ ປ່ຽນທັງສອງດ້ວຍຕົວຕ້ານທານໂລຫະອອັກໄຊອັນໃໝ່ ການທົດສອບເຫັນວ່າຕົວຕ້ານອັນໃໝ່ ມີຄວາມຕ້ານທາງພຽງພໍກັບກະແສ 2 ທົດສອບອຸປະກອນຄວບຄຸມ ເຫັນວ່າ ຕົວຕ້ານທານຄາບອນ ບໍກະຈາຍຄວາມຮ້ອນພຽງພໍ ມັນເລີ່ມສະຫຼາຍຕົວ ເຖິງວ່າຕົວເລກຈະບໍ່ປາກົດໃຫ້ເຫັນແລ້ວກໍຕາມ ລະຫັດສີຍັງສາມາດອ່ານໄດ້ ກຳນົດຄວາມຕ້ານທີ່ຖືກຕ້ອງຕາມລະຫັດສີ ແທນທີ່ມັນດ້ວຍ ຕົວຕ້ານທານແບບລວດພັນ ແລ້ວລີໂໝດຄວບຄຸມເຮັດວຽກໄດ້ຖືກຕ້ອງ


Unit 12 ເຄື່ອງວັດ

ລະຫັດສິນຄ້າ ac1930 ຜູ້ຜະລິດ kmt ລາຍລະອຽດສິນຄ້າ : ຕົວຊີວັດສອງຂ້າງ ແຕ່ລະຂ້າງເຄື່ອນເໜັງໄດ້ອິສະຫຼະ ແລະ ມີເຄື່ອງກວດທີ່ແຍກອອກ ຂ້າງທີ່ນ້ອຍກວ່າຕໍ່ກັບ ໜ່ວຍອັດສຽງຂະໜາດ 50k ຂ້າງໃຫຍ່ກວ່າຕໍ່ກັບ ໜ່ວຍອັດລັອກຂະໜາດ 25k ການນຳໃຊ້: ໃຊ້ໃນເຄື່ອງສຽງໄດ້ຫຼາກຫຼາຍ ເຊັ່ນເຄື່ອງຄວາມຄຸມສຽງ ສາມາດໃຊ້ແທນເຄື່ອງບັງຄັບກຳລັງກະແສໄຟຟ້າໃນລະບົບສຽງລຸ່ນເກົ່າໄດ້ ໜ່ວຍ 50k ແລະ 25k ສາມາດນຳໃຊ້ຕົວດຽວ ຫຼືໃຊ້ຮ່ວມກັນໄດ້ໃນການຈັດການຊ່ອງທາງສຽງ ຄິກທີ່ນີ້ເພື່ອເບິ່ງຄື້ນຄວາມຕ່ານທານ 30k ohm 1/8 cermet trimpot ລະຫັດສິນຄ້າ : GC1930 ຜູ້ຜະລິດ Ganzu ລະລະອຽດສິນຄ້າ: ເປັນເຊລາມິກທີ່ທົນທານ ປະກອບດ້ວຍ ວັດສະດຸທີ່ເປັນໂລຫະທີ່ມີຄວາມຕ້ານທານ ຕິດກັບພື້ນຜິວເຊລາມິກ ສາມຂົ້ວຕິດກັບສ່ວນປະກອບທີ່ມີຄວາມຕ້ານທານ ຂາໝູນປັບຄວາມຕ້ານທານ ການໃຊ້ງານ: ເອົາພື້ນຜິວດ້ານໜ້າຂອງ linear tapper pot ເຂົ້າດ້ານໃນອຸປະກອນຫຼືເທິງໜ້າຂອງແຜງວົງຈອນ ເພື່ອປັບຄວາມຕ້ານທານ


Unit 13 relay and switch

ມີສະວິດຫຼາຍແບບໃນທ້ອງຕະຫຼາດ ຢ່າໃດກໍຕາມ ສະວິດແຕ່ລະແບບເຮັດໜ້າທີ່ດຽວກັນຄື ຄວບຄຸມກະແສ ຕົວຢ່າງເຊັ່ນ relay ເປັນສະວິດອີກແບບໜຶ່ງທີ່ປ່ອຍໃຫ້ກະແສທີ່ນ້ອຍກວ່າຄວບຄຸມກະແສທີ່ໃຫຍ່ກວ່າ ສະວິດສາມາດມີຮູບແບບຫຼາກຫຼາຍ ໂດຍສະເພາະສະວິດເປີດປິດ ມັກຈະມີຫຼາຍຂົ້ວ ບາງຈຸດເປີດຕະຫຼອດ ເຊິ່ງໝາຍຄວາມວ່າໃນວົງຈອນນັ້ນບບໍ່ມີການເຊື່ອມຕໍ່ ສິ່ງນີ້ຢຸດການໄຫຼຂອງກະແສ ອີກຈຸດໜຶ່ງແມ່ນປິດຕະຫຼອດ ໃນກໍລະນີນີ້ ວົງຈອນແມ່ນເຊື່ອມຕໍ່ ເມື່ອສະວິດຢູ່ໃນສະຖານະປິດ ແຕ່ລະທິດທາງແມ່ນເອີ້ນວ່າການສະຫຼັບກະແສ ສະວິດທຳງານຜິດພາດ ສາມາດຢຸດການທຳງານແມ້ແຕ່ວົງຈອນທີ່ມີຄວາມຊັບຊ້ອນ ດັ່ງນັ້ນ ການຄວບຄຸມຄຸນນະພາບຂອງສະວິດຄືສິ່ງທີ່ຈະເຮັດໃຫ້ການຜະລິດສະວິດປະສົບຄວາມສຳເລັດ ສະວິດມີຢູ່ໃນຊີວິດປະຈຳວັນ ຢູ່ໃນລີໂໝດຄວບຄຸມ ໄປຈົນເຖິງຫູຟັງ ແລະແຜງວົງຈອນ


Unit 14 ທຣານຊິສເຕີ

ທຣານຊິສເຕີມີຫຼາກຫຼາຍຊະນິດເຊັ່ນໄບໂພລາທຣານຊິສເຕີ ຫຼື junction field effect transistor ແລະ metal oxide semiconductor field effect transistor ທຣ!ນຊິສເຕີທັງສອງຊະນິດ ຕ້ອງມີການໃຫ້ໄບແອດແຮງດັງເພື່ອເປີດ ໄບໂພລາທຣານສິສເຕີມີ ມີສາມຂາ ກະແສໄຫຼເຂົ້າຂາທີ1 ເອີ້ນວ່າຂາເບສ ຂາເບສປ່ຽນຄວາມເຂັ້ມຂອງກະແສ ກ່ອນໄຫຼເຂົ້າຂາ emitter ແລະ collector field effect transistor ມີສາມຂາຄືກັນ ຢ່າງໃດກໍຕາມ ຂາມີຊື່ທີ່ແຕກຕ່າງ ຂາເກດ sorce ແລະ drain ຂໍ້ແຕກຕ່າງອີກອັນໜຶ່ງແມ່ນແຮງດັນທີ່ປ່ອຍເຂົ້າຂາເກດປ່ຽນກະແສທີ່ໄຫຼລະຫວ່າງຂາ source ແລະ drain MOSFET ມີໂໝດການເຮັດວຽກຢູ່ສອງໂໝດຫຼັກໆ ໂໝດເພີ່ມປະສິດທິພາບ ແລະ ລົດປະສິດທິພາບ ໂໝດລົດປະສິດທິພາບປົກກະຕິຈະຖືກເປີດ ກົງກັນຂ້າມໂໝດເພີ່ມປະສິດທິພບຈະປິດ


Unit 15 ເຄື່ອງຄວບຄຸມແຮງດັນ

ຕົວຄວບຄຸມແຮງດັນ ເຮັດໃຫ້ກະແສຄົງທີ່ ແລະ ກະຈາຍໄປໂດຍການແບ່ງໃຫ້ເທົ່າໆກັນ ວິທີນັ້ນເຮັດໃຫ້ກະແສຄົງທີ່ ຊີເນີໄດໂອດ ຖືກໃຊ້ໃນເຄື່ອງຄວບຄຸມແຮງດັນສ່ວນໃຫຍ່ ພວກມັນກຳນົດແຮງດັນທີ່ເອົ້າພຸດ ທຣານຊິສເຕີຕໍ່ລຽນສົ່ງຕໍ່ກະແສ ໃນຂະນະທີ່ຕົວຄວບຄຸມເຮັດໃຫ້ໝັ້ນໃຈວ່າທຸກຢ່າງເຮັດວຽກໄດ້ຢ່າງຖືກຕ້ອງ ອ່ານຄຳແນະນຳດ້ານລຸ່ມເພື່ອປ່ຽນຕົວຄວບຄຸມແຮງດັນເບິ່ງໃນຫນ້າ 5 ເພື່ອສຶກສາເພີ່ມເຕີມກ່ຽວກັບ ການຮວມຄວາມກວ້າງຂອງພັ້ນ ໃນຕົວຄວບຄຸມແຮງດັນ

ຕົວຄວບຄຸມແຮງດັນແບບເສັ້ນຊື່

  1. ຕໍ່ດ້ານບວກທີ່ແຮງດັນຂາເຂົ້າຈາກນັ້ນຕໍ່ໄຟເຂົ້າທີ່ຂາເບສ
  2. ຕໍ່ຂາອອກຈອງເຄື່ອງຄຸມແຮງດັນກັບວົງຈອນທີ່ຕ້ອງການແຮງດັນທີ່ຖືກປັບແລ້ວ
  3. ຕໍ່ຖານຂອງວົງຈອນກັບຂາເບສຂອງເຄື່ອງຄຸມແຮງດັນ

ວົງຈອນຄຸມແຮງດັນແບບສະຫລັບ

  1. ເຮັດໃຫ້ແຮງດັນຂອງກະແສແສໄຟຂາເຂົ້າໄວຂື້ນ
  2. ຕໍ່ຂາເຂົ້າຂອງວົງຈອນກັບຂາເບສ
  3. ວາງຕົວກອງທີ່ຈຳເປັນທີ່ຂາອອກຂອງວົງຈອນ ວົງຈອນຄວບຄຸມແບບສະຫລັບຕ້ອງການຕົວກອງເພື່ອກວດຈັບ ແລະແກ້ໄຂຄື້ນລົບກວນ
  4. ຕິດຂາອອກຂອງກະແສທີ່ຖືກປັບແລ້ວກັບວົງຈອນທີ່ຕ້ອງການ

ຖ້າອຸປະກອນໄຟຟ້າໃຊ້ແບັດເຕີລີ ໃຫ້ສາກແບັດເຕີລີ


Book 3

unit 1 ແຜນວາດ

ອ່ານຄູ່ມືນຳໃຊ້ອຸປະກອນເອເລັກໂຕນິກ ໂດຍ ເຈ ຟອດ ການເຂົ້າໃຈຄູ່ມືນຳໃຊ້ອຸປະກອນເອເລັກໂຕຣນິກ ຈະເປັນປະໂຫຍດຫຼາຍໃນການສ້ອມແປງໃນເຮືອນຫຼືທີ່ທຸລະກິດຂອງເຈົ້າ . ຄູ່ມືໃຊ້ບໍລິການສ່ວນຫຼາຍມີຂໍມູນຫຼາຍກ່ຽວກັບສິນຄ້າ ແນວທາງແກ້ໄຂບັນຫາ ແລະ ແຜນວາດ. ບົດຄວາມນີ້ ອະທິບາຍແຜນວາດແບບຕ່າງໆທີ່ຈະຊ່ວຍໃຫ້ເຈົ້າເຂົ້າໃຈຄູ່ມືການນຳໃຊ້. ແຜນວາດທີ່ເປັນພື້ນຖານທີ່ສຸດແມ່ນແບບບລັອກ ຮູບແບບຂອງແຜນວາດນີ້ແມ່ນເຂົ້າໃຈງ່າຍ. ຮູບແບບການທຳງານຂອງວົງຈອນພາຍໃນຖືກສະແດງໂດຍໃຊ້ສັນຍາລັກງ່າຍໆ. ແຜນວາດປະເພດນີ້ຈະຊ່ວຍເຈົ້າໃນການຈັດວາງສ່ວນຕ່າງໆຂອງວົງຈອນ. ຈະເຮັດໃຫ້ເຈົ້າເຫັນພາບລວມວ່າວົງຈອນມີການທຳງານແນວໃດ ແລະ ເຊື່ອມຕໍ່ກັບອັນອື່ນໄດ້ແນວໃດ. ແຜນພາບ ໃຫ້ລາຍລະອຽດທີ່ຫຼາຍກວ່າຂອງວົງຈອນ ແລະສ່ວນປະກອບຕ່າງໆ. ແຜນວາດນີ້ ຈະລະບຸສ່ວນປະກອບຕ່າງໆທີ່ອາດຈະຕ້ອງຖືກສ້ອມແປງ. ແຜນວາດ ບໍ່ຳດ້ສະແດງການທຳງານ ແຕ່ມັນຍັງເປັນແຜນວາດທີ່ເປັນປະໂຫຍດທີ່ສຸດ, ມັນໄດ້ລວມລາຍລະອຽດກ່ຽວກັບການອອກແບບວົງຈອນ ແລະ ໂຄງສ້າງສ່ວນປະກອບຕ່າງໆ. ແຜນວາດແບບແຕ້ມ ສະແດງຮູບແຕ້ມຂອງວົງຈອນ ແລະວິທີທີ່ພວກມັນເຊື່ອມຕໍ່ຫາກັນ ຮູບແຕ້ມຍັງຊ່ວຍໃນການວາງໂຄງປະກອບ ແລະ ບອກຕຳແໜ່ງຂອງຊິ້ນສ່ວນ. ແຜນວາດປະເພດນີ້ມີປະໂຫຍດໃນການໃນການຫາສ່ວນປະກອບເທິງໂຄງປະກອບ ຫຼື ແຜງວົງຈອນ. ການຮູ້ຈັກຄວາມແຕກຕ່າງຂອງແຜນວາດເຫຼົ່ານີ້ຈະຊ່ວຍນຳທາງໃນຄູ່ມືການໃຫ້ບໍລິການ


Unit 2 ເລກເອີ້ນ

ການນຳໃຊ້ເລກເອີ້ນ ທຸກໆສ່ວນໃນອຸປະກອນຖືກກຳກັບດ້ວຍຕົວເລກ. ເລກເຫຼົ່ານີ້ຕ່າງມີເອກະລັກ. ນອກຈາກນີ້ ພວກມັນບໍ່ກ່ຽວຂ້ອງກັນກັບຕົວເລກຂອງຊິ້ນສ່ວນອື່ນ. ເພາະວ່າມັນເປັນການລວມຕົວເລກ ແລະຕົວອັກສອນເຂົ້າດ້ວຍກັນ. ເລັກເຫຼົ່ານີ້ ເບິ່ງໜ້າສັບສົນ. ຕົວເລກທຳອິດຈະເປັນຕົວອັກສອນສະເໝີ ເຊັ່ນຕົວ C ຫຼື R. ຕົວອັກສອນນີ້ເປັນຕົວລະບຸທີ່ງ່າຍ ແລະ ໄວ. ມັນລະບຸປະເພດຂອງຊິ້ນສ່ວນນັ້ນໆ. ເຊັ່ນຊິ້ນສ່ວນທີ່ມີຕົວ C ເປັນການລະບຸວ່າເປັນແຄັບປາຊິເຕີ (ຕົວເກັບປະຈຸ). ເຊັ່ນດຽວກັນກັບຊິ້ນສ່ວນທີ່ມີຕົວ R ກຳນົດໃຫ້ເປັນຕົວຕ້ານທານ. ຫຼັງຈາກຕົວອັກສອນ, ຈະມີຕົວເລກຈຳນວນໜຶ່ງ, ແຕ່ລະຕົວເລກເຫຼົ່ານີ້ມີຄວາມໝາຍທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນຕົວເລກທຳອິດລະບຸຕຳແໜ່ງຂອງສ່ວນປະກອບພາຍໃນອຸປະກອນ. ດັ່ງນັ້ນສອງຊິ້ນສ່ວນທີ່ຂຶ້ນຕົ້ນດ້ວຍເລກ 4 ຈະບໍ່ຢູ່ຫ່າງກັນ. ຕົວອັກສອນຕັ້ງຕົ້ນຈະຄືກັນເກືອບທຸກອຸປະກອນ. ດ້ານອຸດສະຫະກຳເອເລັກໂຕຣນິກໄດ້ພະຍາຍາມເຮັດໃຫ້ພວກມັນມີມາດຕະຖານດຽວກັນ. ແນວໃດກໍຕາມຕົວເລກຍັງບໍ່ໄດ້ມີມາດຕະຖານດຽວກັນ. ພວກມັນແຕກຕ່າງຂຶ້ນກັບຜູ້ຜະລິດ. ເຈົ້າອາດຈະຍັງມີຄຳຖາມກ່ຽວກັບບາງຕົວເລກສະເພາະ. ຖ້າເປັນແບບນັ້ນ ພຽງແຕ່ເບິ່ງຕົວເລກໃນຄູ່ມີການໃຫ້ບໍລິການ. ຈົ່ງຈື່ວ່າຫຼາຍສ່ວນມີເລກເອີ້ນຫຼາຍກວ່າ1ເລກ.


unit 3 ການມ້າງອຸປະກອນ

ການເຂົ້າໄປດ້ານໃນຂອງອຸປະກອນ ຖ້າເຈົ້າມີບັນຫາ ໃນການເຂົ້າໄປດ້ານໃນຂອງອຸປະກອນ ມັນມີເຫດຜົນທີ່ເປັນແບບນັ້ນ. ຜູ່ຜະລິດ ບໍ່ຕ້ອງການໃຫ້ຄົນເຂົ້າເຖິງດ້ານໃນຂອງອຸປະກອນ. ບັນຫາເກີດເມື່ອຄົນທີ່ບໍ່ມີຄວາມຊຳນານເຂົ້າໄປຫຍຸ້ງກັບດ້ານໃນອຸປະກອນ. ບັນຫາຈະເກີດເຊັ່ນກັນຫາກແຜງຫຼຸດອອກໂດຍບໍ່ໄດ້ຕັ້ງໃຈ. ດັ່ງນັ້ນອຸປະກອນຫຼາຍອຸປະກອນຈຶ່ງຖືກປິດແໜ້ນດ້ວຍຄວາມຕັ້ງໃຈ. ຖ້າເຈົ້າຕ້ອງການເປີດອຸປະກອນ. ມັນຄຸ້ມຄ່າທີ່ຈະຫາເບິ່ງໃນອິນເຕີເນັດ. ມັນອາດມີຄຳແນະນຳໃນການມ້າງມັນ. ຫຼືບໍ່ດັ່ງນັ້ນ, ຕິດຕາມຄຳແນະນຳດ້ານລຸ່ມ ທຳອິດ ຕັດການເຊື່ອມຕໍ່ອຸປະກອນກັບແຫຼ່ງຈ່າຍໄຟ. ຈາກນັ້ນ ຖອດທຸກສິ່ງອອກມາ. ນັອດມັກຈະຖືກເຊື່ອງໄວ້ທາງກ້ອງຂອງແຜງປົກຄຸມ. ນັອດຍັງສາມາດເຫັນຢູ່ກ້ອງປ້າຍກຳກັບ ຫຼື ຕີນຮອງ, ດັ່ງນັ້ນ ສຳພັດມັນເພື່ອຫາຮອຍຕໍ່. ເຈົ້າອາດຈະຕ້ອງລອກພວກມັນອອກ ແລະ ເຊັດກາວອອກເພື່ອເຂົ້າເຖິງນັອດ. ເມື່ອເອົານັອດອອກແລ້ວໂກບອາດຍັງບໍ່ຫຼຸດອອກມາ ຖ້າເລື່ອງນີ້ເກີດຂຶ້ນ ຢ່າບັງຄັບມັນ. ມັນອາດມີເຫດຜົນທີ່ດີທີມັນຕິດຢູ່ແບບນັ້ນ, ມັນອາດມີsnapປິດມັນໄວ້ຢູ່. ທີ່ສຳຄັນໃຫ້ອົດທົນ. ຖ້າເຈົ້າເຂົ້າໄປດ້ານໃນດ້ວຍເຄື່ອງເຈາະ ຫຼືດ້ວຍການທຸບອຸປະກອນ ເຈົ້າຈະທຳລາຍບາງຢ່າງ.


Unit 4 ການປ່ຽນສ່ວນປະກອບ

ການຖອດສ່ວນປະກອບ ໃນເມື່ອກ່ອນການຖອດສ່ວນປະກອບເປັນເລື່ອງງ່າຍ, ວົງຈອນມີພຽງຊັ້ນດຽວ. ເຈົ້າພຽງຕ້ອງລົບສານຈອດ ແລະດຶງສາຍນຳຜ່ານຮູໃນແຜງວົງຈອນ. ທຸກມື້ນີ້ ແຜງວົງຈອແມ່ນມີຫຼາຍຊັ້ນ ແລະການຖອກສ່ວນປະກອບຕ້ອງການທັກສະ ແລະຄວາມອົດທົນຫຼາຍ. ທຳອິດ ຕ້ອງໝັ້ນໃຈວ່າໄດ້ຖອກການເຊື່ອມຕໍ່ຈາກແຫຼ່ງຈ່າຍໄຟແລ້ວ. ຈາກນັ້ນລົບສານຈອດອອກໂດຍໃຊ້ເຄື່ອງຈອດເຫຼັກແລະ solder wick( ຄຳອະທິບາຍ ຫ້າມອ່ານ [ລັກສະນະຄືເຊືອກແປໆໃຊປະກົບເວລາລະລາຍສານຈອດເພື່ອໃຫ້ສານທີ່ລະລາຍໃຫຼມາຕິດທີ່ເຊືອກແທນ] ) . ລະລາຍສານຈອດ. ສານຈອດທີ່ຖືກລະລາຍຈະໄຫຼເຂົ້າສູ່ເຊືອກ. ຈາກນັ້ນເຈົ້າສາມາດດຶງກົ່ວຜ່ານໄດ້. ນີ້ຍັງຈະຄົງເຫຼືອສານຈອດປົກຄຸມຢູ່ ລືບມັນໂດຍໃຊ້ wick.

ບາງສ່ວນຂອງວົງຈອນເຮັດມາຈາກທອງທີ່ດູບຊັບຄວາມຮ້ອນ. ການດູດຊັບຄວາມຮ້ອນເຮັດໃຫ້ເປັນເລື່ອງຍາກໃນການລະລາຍສານຈອດ. ແຜງວົງຈອນທີ່ໜາ ແລະ ມີຫຼາຍຊັ້ນສາມາດເຮັດໃຫ້ເກີດຜົນກະທົບຈາກຄວາມຮ້ອນ. ຖ້າເຈົ້າບໍ່ສາມາດລະລາຍສານຈອດໄດ້ ຫ້າມໃຊ້ເຄື່ອງຈອດເຫຼັກກຳລັງສູງ. ນີ້ຈະສາມາດເຮັດໃຫ້ແຜງວົງຈອນເສຍຮູບຮ່າງໄດ້ ແລະຍັງທຳລາຍພື້ນທີ່ຂອງວົງຈອນ. ມັນສາມາດແບ່ງພື້ນທີ່ຂອງວົງຈອນ ແລະ ແຜ່ນຮອງສ່ວນປະກອບອອກເປັນຊັ້ນໆໄດ້. ຖ້າເຈົ້າບໍ່ສາມາດລຶບສານຈອດອອກໄດ້. ຄີບເອົາກົ່ວໃກ້ໆກັບສ່ວນປະກອບ ຈາກນັ້ນເຈົ້າສາມາດຈອດສ່ວນກອບໃໝ່ກັບກົ່ວຂອງສ່ວນປະກອບເກົ່າໄດ້. ຖ້າເຈົ້າບໍ່ສາມາດເຂົ້າເຖິງກົ່ວໄດ້ ໃຫ້ຕັດສ່ວນປະກອບອອກໃກ້ກັບຖານຂອງມັນ.


Unit 5 ການເລືອກສ່ວນປະກອບ

ການນຳໃຊ້ສ່ວນປະກອບທີ່ຖືກຕ້ອງ ການປ່ຽນສ່ວນປະກອບໃນອຸປະກອບເອເລັກໂຕຣນິກ ອາດເປັນເລື່ອງຍາກ. ຕິດຕາມກົດສອງຂໍ້ເພື່ອຊ່ວຍໃຫ້ໝັ້ນໃຈວ່າເຈົ້າໄດ້ສ່ວນປະກອບທີ່ຖືກຕ້ອງ.

  1. ຮູ້ສ່ວນປະກອບທີ່ເຈົ້າຕ້ອງການກ່ອນຊື້ ກ່ອນຈະສັ່ງຊື້ສ່ວນປະກອບໃໝ່ ຕ້ອງໝັ້ນໃຈກ່ອນວ່າເຈົ້າຕ້ອງການແທ້ໆ. ເຈົ້າອາດຈະມີອຸປະກອນໄຟຟ້າອັນເກົ່າທີ່ມີສ່ວນປະກອບທີ່ເຈົ້າຕ້ອງການຢູ່. ເຈົ້າອາດຈະສາມາດໃຊ້ມັນທົດແທນໃນອຸປະກອນທີ່ເຈົ້າຕ້ອງການໄດ້. ແຕ່ຕ້ອງໝັ້ນໃຈວ່າສ່ວນປະກອບແມ່ນມີຄວາມຄ້າຍຄຶກັນພໍທີ່ຈະໃຊ້ແທນກັນໄດ້. ເຈົ້າຄົງບໍ່ຢາກທຳລາຍອຸປະກອນຂອງເຈົ້າດ້ວຍການໃຊ້ສ່ວນປະກອບທີ່ຜິດ. ບາງສ່ວນນປະກອບສາມາດໃຊ້ໄດ້ໃນແຕ່ບາງກໍລະນີທີ່ຖືກລະບຸ.
  2. ສະຫຼາດ ແລະ ພິຈາລະນາທຸກຕົວເລືອກຂອງເຈົ້າ ທຳອິດ, ໃຫ້ລະວັງຫາກເຈົ້າຈະສັ່ງຊື້ອຸປະກອນ. ເຈົ້າຈະຕ້ອງຫາຂໍ້ມູນເພື່ອທີ່ຈະໝັ້ນໃຈວ່າເຈົ້າໄດ້ສັ່ງຊື້ສິນຄ້າທີ່ຖືກຕ້ອງ. ມັນດີຫຼາຍຖ້າຈະຊື້ພຽງແຕ່ສິນຄ້າທີ່ໄດ້ມາດຕະຖານ ເມື່ອເຈົ້າບໍ່ເຫັນສິນຄ້າຕົວຈິງ. ເຈົ້າຍັງສາມາດເປັນຄົນທີ່ສ້າງຄັງສິນຄ້າເອງໄດ້. ທຸກສ່ວນປະກອບທີ່ຈຳເປັນອາດມີຢູ່ນັ້ນ ແລະຍັງເຮັດວຽກໄດ້ດີ. ບາງສ່ວນປະກອບສາມາດນຳໃຊ້ໄດ້ດົນ. ມັນອາດເປັນໄປໄດ້ທີ່ຈະໃຊ້ສ່ວນປະກອບເຫຼົ່ານັ້ນຄືນ ຖ້າມັນຍັງຢູ່ໃນສະພາບດີ. ກ່ອນທີ່ຈະນຳກັບມາໃຊ້ ໃຫ້ຫາສັນຍານຂອງຄວາມເສຍຫາຍ ຫຼື ການເຂົ້າໝ້ຽງ.

Notes mentioning this note


ນີ້ຄືກຣາຟທີ່ລິ້ງໄປຫາທຸກໜ້າໃນ garden ນີ້ 🕸️.