Introduction to Data Communication


ດາວໂຫຼດເອກະສານທີ່ ເອກະສານທັງໝົດ

Intro to Data Communication

ອົງປະກອບຂອງການສື່ສານຂໍ້ມູນ

  • Protocol ແມ່ນຊ່ອງທາງ ຫຼື ກົດໃນການສົ່ງຂໍ້ມູນ
  • Sender ແມ່ນຜູ້ສົ່ງຂໍ້ມູນ
  • Data ແມ່ນຂໍ້ມູນທີ່ສົ່ງ ເຊິ່ງລວມມີຂໍ້ມູນທີ່ເປັນຮູບພາບ, ສຽງ, ຕົວໜັງສື, ເອກະສານ, ວິດີໂອ…
  • Medium ແມ່ນຕົວກາງໃນການສົ່ງຂໍ້ມູນ (ສື່ກາງທີ່ຂໍ້ມູນເດີນທາງຜ່ານ) ເຊິ່ງມີແບບໃຊ້ສາຍ ແລະ ບໍ່ໃຊ້ສາຍ
  • Receiver ແມ່ນຜູ້ຮັບ ເຊິ່ງອາດຈະເປັນອຸປະກອນຊະນິດດຽວກັນ ຫຼື ຕ່າງກັນກັບຜູ້ສົ່ງກໍໄດ້

ຕົວແທນ ຫຼື ການສະແດງຂໍ້ມູນ

ຕົວໜັງສື Text

ໂດຍປົກກະຕິ ຄອມພິວເຕີບໍ່ສາມາດເຂົ້າໃຈພາສາມະນຸດໄດ້ ພາສາທີ່ຄອມພິວເຕີເຂົ້າໃຈແມ່ນເລກຖານສອງ (0 ແລະ 1) ຍ້ອນແນວນັ້ນຈຶ່ງໄດ້ມີການຄິດຄົ້ນການເຂົ້າລະຫັດທີ່ເຮັດໜ້າທີ່ເປັນຕົວກາງແປງຂໍ້ມູນທີ່ເປັນຕົວໜັງສືພາສາມະນຸດເຂົ້າໃຈໃຫ້ຄອມພິວເຕີສາມາດເຂົ້າໃຈໄດ້ເຊິ່ງການເຂົ້າລະຫັດຕົວໜັງສືມີສອງອັນຄື ASCII (American Standard Code for Information Interchange) ແລະ Unicode

ASCII ແມ່ນສ່ວນໜຶ່ງຂອງ Unicode ເຊິ່ງສາມາດຮັບຮອງໄດ້ຫຼາຍສຸດພຽງ 8 bit (8 ຕົວເລກຖານສອງ) ຮອງຮັບຕົວອັກສອນທັງໝົດ 256 ຕົວອັກສອນ, ASCII ສາມາດແປງໄດ້ພຽງແຕ່ຕົວອັກສອນພາສາອັງກິດເທົ່ານັ້ນ. ຮູບແບບການເຂົ້າລະຫັດຂອງ ASCII ແມ່ນການແປງຕົວອັກສອນພາສາອັງກິດໃຫ້ເປັນເລກຖານສິບ ແລ້ວແປງເປັນເລກຖານສອງອີກເທື່ອໜຶ່ງ

Unicode ສາມາດຮັບຮອງໄດ້ຫຼາຍສຸດ 16 bit (16 ຕົວເລກຖານສອງ) ສາມາດຮອງຮັບຕົວອັກສອນໄດ້ທັໝົດ 65,536 ຕົວ, ເຊິ່ງລວມທຸກພາສາທົ່ວໂລກລວມທັງສັນຍາລັກ ແລະ ອິໂມຈິ.

ຮູບພາບ, ສຽງ, ວິດີໂອ

Network Model ຮູບແບບຂອງເຄືອຂ່າຍ

image.png

ຮູບແບບ/ທິດທາງໃນການສົ່ງຂໍ້ມູນ

image.png

ແບບ Simplex ແມ່ນການສົ່ງຂໍ້ມູນແບບທິດທາງດຽວ ໝາຍເຖິງມີອຸປະກອນໜຶ່ງເຮັດໜເາທີ່ເປັນຜູ້ສົ່ງ ສາມາດສົ່ງໄດ້ຢ່າງດຽວ ແລະ ອຸປະກອນຝ່າຍຮັບສາມາດຮັບໄດ້ຢ່າງດຽວ

ແບບ Half-Duplex ແມ່ນທັງສອງອຸປະກອນສາມາດຮັບ ແລະ ສົ່ງຂໍ້ມູນໄດ້ ແຕ່ບໍ່ສາມາດຮັບສົ່ງໃນເວລາດຽວກັນໄດ້ ໝາຍເຖິງເມື່ອອຸປະກອນໜຶ່ງເປັນຝ່າຍສົ່ງ ອີກອຸປະກອນໜຶ່ງຈະເປັນຟ່າຍຮັບໃນເວລານັ້ນ ຕົວຢ່າງ Walkie talkie

image.png

ແບບ Full-Duplex ແມ່ນການສື່ສານແບບສອງທິດທາງທັງສອງສາມາດເປັນໄດ້ທັງຜູ້ຮັບຜູ້ສົ່ງ ແລະ ສາມາດເຮັດໜ້າທີ່ຮັບແລະສົ່ງໄດ້ໃນເວລາດຽວວກັນ ຕົວຢ່າງການໂທໃນໂທລະສັບ

ເຄືອຂ່າຍ (Network)

ໂຄງສ້າງທາງກາຍະພາຍຂອງລະບົບເຄືອຂ່າຍ (Physical Structure)

Point-to-Point Connection ການເຊື່ອມຕໍ່ແບບຈຸດໜຶ່ງ ຫາ ຈຸດໜຶ່ງ

image.png

ຮູບດ້ານເທິງສະແດງໃຫ້ເຫັນເຖິງການເຊື່ອມຕໍ່ລະຫວ່າງສອງອຸປະກອນ ເຊິ່ງເຊື່ອມຕໍ່ໂດຍໃຊ້ສາຍ (ສາຍເປັນຕົວນຳສົ່ງຂໍ້ມູນເອີ້ນວ່າ Link) ການເຊື່ອມຕໍ່ແບບມີຕົວກາງທີ່ຖືກນຳທາງໂດຍສາຍ

image.png

ຮູບດ້ານເທິງເປັນການເຊື່ອມຕໍ່ໂດຍໃຊ້ຕົວກາງແບບບໍ່ໃຊ້ສາຍ (ຂໍ້ມູນຖືກສົ່ງຜ່ານອາກາດ) ອາກາດເປັນຕົວກາງໃນການສົ່ງຂໍ້ມູນເຊິ່ງຕົວກາງນີ້ບໍ່ມີການນຳທາງ ໝາຍຄວາມວ່າຂໍ້ມູນຖືກກະຈາຍໄປໃນອາກາດ ແລະ ຫາກເຄື່ອງຮັບຝ່າຍຮັບສາມາດຮັບຂໍ້ມູນໄດ້ກໍຈະນຳຂໍ້ມູນນັ້ນໄປຖອດລະຫັດ.

Multiple Connection ການເຊື່ອມຕໍ່ແບບຫຼາຍຈຸດ

image.png

ເປັນການເຊື່ອມຕໍ່ທີ່ມີໜຶ່ງອຸປະກອນເປັນຜູ້ສົ່ງ ແລະ ສົ່ງໄປຫາຫຼາຍອຸປະກອນ ເຊິ່ງການເຊື່ອມຕໍ່ແບບນີ້ສາມາດໃຊ້ຕົວກາງທີ່ໃຊ້ສາຍ ແລະ ບໍ່ໃຊ້ສາຍໄດ້

ປະເພດຂອງ Topology

image.png

ຮູບແບບການເຊື່ອມຕໍ່ຂອງລະບົບເຄືອຂ່າຍມີ 5 ແບບຫຼັກໆຄື

image.png

Mesh ແບບນີ້ຈະເປັນການເຊື່ອມຕໍ່ແບບຕາຂ່າຍ ທຸກໆອຸປະກອນໃນເຄືອຂ່າຍເຊື່ອມຕໍ່ຫາກັນ, ຂໍ້ມູນສາມາດເດີນທາງຜ່ານທຸກເສັ້ນທາງທີ່ມັນສາມາດໄປໄດ້ເພື່ອໄປຫາຜູ້ຮັບ

image.png

Star ທຸກອຸປະກອນເຊື່ອມຕໍ່ກັບ Switch ຫຼື Hub, ຂໍ້ມູນຈະເດີນທາງເຂົ້າໄປຫາ Switch/Hub ກ່ອນຈຶ່ງຖືກສົ່ງຕໍ່ໄປຫາປາຍທາງ (ຜູ້ຮັບ)

image.png

Bus ທຸກອຸປະກອນເຊື່ອມຕໍ່ກັບສາຍໜຶ່ງສາຍທີ່ເປັນສາຍຫຼັກ, ຂໍ້ມູນເດີນທາງໄປຕາມສາຍຫຼັກຈົນກ່ວາຈະໄປຮອດປາຍທາງ (ຜູ້ຮັບ)

image.png

Ring ທຸກອຸປະກອນເຊື່ອມຕໍ່ໃນຮູບແບບວົງແຫວນ, ແຕ່ລະອຸປະກອນເຊື່ອມຕໍ່ກັບອຸປະກອນສອງອຸປະກອນທັງສອງຂ້າງ, ຂໍ້ມູນສາມາດເດີນທາງໄປໃນໜຶ່ງທິດທາງ ຫຼື ທັງສອງທິດທາງໄດ້

image.png

Tree ເປັນການລວມຮູບແບບ Topology ແບບ Bus ແລະ Star ເຂົ້ານຳກັນ, ອຸປະກອນເຊື່ອມຕໍ່ກັນໃນຮູບແບບທີ່ຄ້າຍຄືຕົ້ນໄມ້

ປຽບທຽບປະສິດທິພາບຂອງແຕ່ລະ Topology

image.png

ປະເພດຂອງເຄືອຂ່າຍ

image.png

ເຄືອຂ່າຍ ມີຫຼາຍປະເພດ ແຕ່ທີ່ຖືກນຳໃຊ້ຫຼັກໆມີຢູ່ 3 ປະເພດຄື

LAN (Local-area Network) ເປັນເຄືອຂ່າຍທີ່ສາມາດສ່ວນບຸກຄົນ (ພາຍໃນອາຄານ) ທີ່ສາມາດກວນພື້ນທີ່ 2 ຫາ 3 ກິໂລແມັດ, ອັດຕາໃນການສົ່ງຂໍ້ມູນຢູ່ທີ່ປະມານ 100 ຫາ 1000Mbps. ເຊື່ອມຕໍ່ໂດຍໃຊ້ສາຍ Ethernet, Wifi ແລະ Fiber optic.

image.png

image.png

Man (Metropolitan-area network) ເປັນເຄືອຂ່າຍທີ່ກວມເອົາຕົວເມືອງ ຫຼື ແຂວງ ກວມພື້ນທີ່ຕັ້ງແຕ່ 5 - 50 km, ເປັນສ່ວນໜຶ່ງຂອງບໍລິສັດຜູ້ໃຫ້ບໍລິການອິນເຕີເນັດ, ເຊື່ອມຕໍ່ໂດຍໃຊ້ສາຍ Fiber optic, Wifi ຫຼື Microwave Link, ອັດຕາການສົ່ງຂໍ້ມູນປະມານ 10 Mbps ຫາ 1 Gbps

image.png

Wan (Wide-area network) ເປັນເຄືອຂ່າຍທີ່ກວມເອົາພາກພື້ນທະວີບ ຫຼື ທົ່ວໂລກ ເຊື່ອມຕໍ່ໂດຍໃຊ້ດາວທຽມ, Fiber Optic, Cellular Network (4G/5G), ສາຍເຄເບິ້ນໃຕ້ທະເລ, ຄວາມໄວຕັ້ງແຕ່ 10 Mbps ຫາ 100 Gbps

image.png

Internet

ຄວາມເປັນມາຂອງອິນເຕີເນັດ

ເລີ່ມເມື່ອປີ 1960 ອົງການຄົ້ນຄ້ວາ Advanced Research Projects Agency Network (ARPANET) ຖືກຈັດຕັ້ງຂຶ້ນໂດຍກະຊວງປ້ອງກັນປະເທດຂອງອະເມຣິກາ, ໄດ້ມີການພັດທະນາເຄືອຂ່າຍແບບ Packet Switching ເພື່ອໃຫ້ຄອມພິວເຕີໃນມະຫາວິທະຍາໄລຕ່າງກັນສາມາດເຊື່ອມຕໍ່ ແລະ ສື່ສານກັນໄດ້

ມາເຖິງປີ 1971 ໄດ້ເລີ່ມມີການພັດທະນາ ແລະ ນຳໃຊ້ອີເມວເປັນຄັ້ງທຳອິດ ແລະ ປີ 1974 ໄດ້ມີການນຳໃຊ້ຄຳວ່າອິນເຕີເນັດ (Internet) ເປັນຄັ້ງທຳອິດ, ປີ 1978 ໄດ້ມີການພັດທະນາໂປຣໂຕຣຄໍ TCP/IP ຂຶ້ນ

ປີ 1983 ອົງການ ARPANET ໄດ້ນຳໃຊ້ TCP/IP ເປັນທາງການ ເຮັດໃຫ້ອິນເຕີເນັດຖຶກນຳໃຊ້ຢ່າງເປັນທາງການ, ແລະ ໃນປີ 1989 World Wide Web (WWW) ກໍຖືກພັດທະນາ ແລະ ນຳໃຊ້

ປີ 1991 ເວັບໃຊ້ທຳອິດຂອງໂລກຖືກສ້າງຂຶ້ນ ແລະ ເວັບບຣາວເຊີທຳອິດກໍຖືກສ້າງຂຶ້ນໃນປີ 1993 ໂດຍມີຊື່ວ່າ Mosaic. ປີ 1994 ບໍລິສັດທີ່ເຮົາຄຸ້ນເຄີຍ ແລະ ຮູ້ຈັກກໍຖືກຳເນີດຂຶ້ນ (Amazon, Yahoo, Netscape) ເປັນຍຸກທີ່ຖືກເອີ້ນວ່າ dot-com. ແລະ ໃນປີ 1998 Google ກໍຖືກສ້າງຂຶ້ນ.

ໃນຍຸກປີ 2000 ອິນເຕີເນັດໄວຂຶ້ນໂດຍການນຳໃຊ້ເຕັກໂນໂລຊີ Broadband, ສື່ສັງຄົມອອນລາຍຖືກຳເນີດຂຶ້ນ (Facebook, Youtube, Twitter…)ແລະ ຖືກນຳໃຊ້ຫຼາຍຂຶ້ນ, ແລະ ໃນປີ 2007 iPhone ກໍເຮັດໃຫ້ການນຳໃຊ້ອິນເຕີເນັດແຜ່ຫຼາຍຂຶ້ນ

ໃນຍຸກປີ 2010 ມີການພັດທະນາ Cloud ແລະ AI ລວມທັງການພັດທະນາຄວາມໄວຂອງເຄືອຂ່າຍອິນເຕີເນັດທີ່ເພີ່ມຂຶ້ນ

ແລະ ໃນຍຸກປີ 2020, AI, IoT, Blockchain, Metaverse ແລະ Web3 ເປັນສິ່ງທີ່ກຳລັງພັດທະນາ ແລະ ຄົນເຊື່ອວ່າມັນຈະເປັນອະນາຄົດຂອງອິນເຕີເນັດ.

image.png

ຮູບດ້ານເທິງອະທີບາຍການເຊື່ອມຕໍ່ຂອງອິນເຕີເນັດ

ISP (Internet Service Provider) ເປັນຜູ້ໃຫ້ບໍລິການອິນເຕີເນັດ ເຊິ່ງພາຍໃນໜຶ່ງປະເທດຈະມີຫຼາຍຜູ້ໃຫ້ບໍລິການ ຕົວຢ່າງເຊັ່ນ Lao Telecom, Unitel, ETL, Best… ເຊິ່ງທຸກຜູ້ໃຫ້ບໍລິການອິນເຕີເນັດຈະຖືກເຊື່ອມຕໍ່ເຂົ້າກັບ ISP ຂອງປະເທດທີ່ເຮັດໜ້າທີ່ເຊື່ອມຕໍ່ກັບ NAP (Network Access Point) ເຊິ່ງເປັນຈຸດເຊື່ອມຕໍ່ ແລະ ແລກປ່ຽນຂໍ້ມູນລະຫວ່າງປະເທດ ເຮັດໃຫ້ເຮົາສາມາດເຊື່ອມຕໍ່ ແລກປ່ຽນຂໍ້ມູນຂ່າວສານທົ່ວໂລກໄດ້.

ເກນໃນການວັດປະສິດທິພາບຂອງເຄືອຂ່າຍ

  • ປະສິດທິພາບໃນການສົ່ງຂໍ້ມູນ (ຄວາມໄວ)
  • ຄວາມໜ້າເຊື່ອຖື (ອັດຕາຄວາມຜິດພາດ)
  • ຄວາມປອດໄພ (ການຮັກສາ, ເຂົ້າລະຫັດຂໍ້ມູນ)

ອົງກອນທີ່ເຮັດໜ້າທີ່ຈັດສັນມາດຕະຖານລະບົບສື່ສານ

  • ISO (International Organization for Standardization)
  • ITU (International Telecommunication Union-Telecommunication Standards Sector)
  • ANSI (American National Standard Institute)
  • IEEE (Institute of Electrical and Electronics Engineers)
  • EIA (Electronic Industries Association)
  • FCC (Federal Communications Commission)

Notes mentioning this note


ນີ້ຄືກຣາຟທີ່ລິ້ງໄປຫາທຸກໜ້າໃນ garden ນີ້ 🕸️.